ຫຼັກສູດພາສາ
ລາວ ‎(lo)‎
ເວລາທີ່ຕ້ອງການ
10 ຊົ່ວໂມງ
ປະເພດຫຼັກສູດ
ອອນ​ໄລ​ນ​໌ / ອິນ​ເຕີ​ເນັດ​ອີງ​ໃສ່​
ຄ່າຮຽນ
ຟຣີ
ການເຂົ້າເຖິງຫຼັກສູດ
ເປີດສໍາລັບການລົງທະບຽນ

ການກະກຽມເພື່ອສົ່ງອອກ

ການເນັ້ນໃສ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຫຼັກສູດການຝຶກອົບຮົມນີ້ ສະເໜີພາບລວມແບບຄົບຊຸດ ກ່ຽວກັບ ວິທີການສົ່ງສິນຄ້າອອກຈາກ ສປປ ລາວ ໄປຕ່າງປະເທດ ໂດຍຜູ້ສົ່ງອອກຂອງລາວທີ່ມີທ່າແຮງ, ລວມທັງ ບັນດາເງື່ອນໄຂໃນການປະຕິບັດຕາມຫຼັກການ ແລະ ສົນທິສັນຍາສາກົນຂັ້ນພື້ນຖານ, ການປະຕິບັດໄດ້ຕາມເງື່ອນໄຂການສົ່ງອອກ, ການຊອກຫາ ແລະ ການເຊື່ອມຕໍ່ກັບຜູ້ຊື້ ແລະ ການກະກຽມການບໍລິຫານຈັດການຂົນສົ່ງຈາກບັນດາບໍລິສັດທີ່ຊຳນານງານຈາກພາຍນອກ (ບຸກຄົນທີສາມ).

ຈາກການໄດ້ສຶກສາ ຕົວຢ່າງແບບລະອຽດ, ການເຮັດບົດຝຶກຫັດ ແລະ ກໍລະນີສຶກສາຕ່າງໆ ຊຶ່ງສິ່ງທີ່ຖືກຍົກຂຶ້ນມາສິດສອນ ແມ່ນຖືກເລືອກເຟັ້ນມາຢ່າງຮອບຄອບ ແລະ ສອດຄ່ອງຕາມເງື່ອນໄຂຂອງລາວ, ຫຼັກສູດດັ່ງກ່າວ ບັນຈຸເອົາທຸກຢ່າງທີ່ບັນດາຜູ້ເຂົ້າຮ່ວມຕ້ອງການ ເພື່ອເລີ່ມຕົ້ນເສັ້ນທາງການສົ່ງອອກຂອງຕົນ, ມີເວັບໄຊ້ທີ່ເປັນປະໂຫຍດ, ຂໍ້ມູນສຳລັບການຕິດຕໍ່ສື່ສານ ແລະ ສິ່ງສະໜັບສະໜູນອື່ນສຳລັບຜູ້ທີ່ຢາກຮຽນຮູ້ເພີ່ມເຕີມ.

ພາຍຫຼັງສຳເລັດຫຼັກສູດນີ້ແລ້ວ, ທ່ານຈະສາມາດ:

ກຳນົດໄດ້ ກ່ຽວກັບ ຄວາມພ້ອມໃນການສົ່ງອອກຂອງບໍລິສັດທ່ານເອງ;
ລະບຸໄດ້ວ່າ ທ່ານຈຳເປັນຕ້ອງເຮັດຫຍັງແດ່ ເພື່ອຂຶ້ນທະບຽນເປັນຜູ້ສົ່ງອອກ ຢູ່ ສປປ ລາວ;
ຮ່າງແຜນ ເພື່ອໃຫ້ສາມາດບັນລຸເງື່ອນໄຂ ແລະ ຂັ້ນຕອນການສົ່ງອອກທີ່ມີປະສິດທິພາບ ສຳລັບຜະລິດຕະພັນຂອງທ່ານ;
ກຳນົດວິທີການ ເປັນແຕ່ລະບາດກ້າວ ເພື່ອໃຫ້ສາມາດບັນລຸເງື່ອນໄຂທັງແບບບັງຄັບ ແລະ ແບບສະໝັກໃຈ (ຂອງຜູ້ຊື້) ໃນຕະຫຼາດເປົ້າໝາຍຂອງທ່ານ;
ປະເມີນວິທີທາງໃນການຊອກຫາ, ດຳເນີນການ ແລະ ສື່ສານກັບຜູ້ທີ່ຈະເປັນລູກຄ້າ ໃນຮູບແບບທີ່ຍືນຍົງ, ນອກຈາກ ມີພຽງແຕ່ການຂົນສົ່ງເບື້ອງຕົ້ນບໍ່ເທົ່າເທື່ອເທົ່ານັ້ນ;
ລະບຸການຂົນສົ່ງໃນຮູບແບບຕ່າງໆ ແລະ ທາງເລືອກໃນການບັນຈຸສິນຄ້າທີ່ມີຢູ່ ເພື່ອທ່ານຈະໄດ້ນຳໃຊ້ໃນການຈຳໜ່າຍຜະລິດຕະພັນຂອງທ່ານໄປຕ່າງປະເທດ, ລວມທັງ ຜູ້ທີ່ກ່ຽວຂ້ອງທີ່ທ່ານຈະຕິດຕໍ່ຫາ ເພື່ອຊ່ວຍໃຫ້ທ່ານດຳເນີນການດັ່ງກ່າວ;
ຄັດເລືອກເອົາ INCOTERM® ທີ່ເໝາະສົມ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານ; ແລະ
ຄັດເລືອກເອົາຜູ້ສະໜອງການບໍລິຫານຈັດການຂົນສົ່ງທີ່ເໝາະສົມ ແລະ ຕິດຕໍ່ສື່ສານກັບພວກເຂົາຢ່າງມີປະສິດທິພາບ, ລວມທັງ ມີການຮ່າງໜັງສືທີ່ມີລັກສະນະແນະນຳໃຫ້ແກ່ຜູ້ດຳເນີນການບໍລິຫານຈັດການຂົນສົ່ງຢ່າງມີປະສິດທິພາບ.

ການຢັ້ງຢືນຫຼັກສູດ

ຜູ້ເຂົ້າຮ່ວມ ທີ່ປະຕິບັດໄດ້ຕາມເງື່ອນໄຂຂອງຫຼັກສູດ ຈະໄດ້ຮັບໃບຢັ້ງຢືນການຈົບຫຼັກສູດ (Certificate of Completion) ຊຶ່ງຈະອອກໃຫ້ໃນຮູບແບບເອເລັກໂຕຣນິກ.

ໂຄງສ້າງຫຼັກສູດ